• ກ່ຽວກັບ 

    ບໍລິສັດລູກຂອງ

Z.com ເປັນແບຣນລະດັບໂລກຂອງ GMO Internet Group ທີ່ໃຫ້ການບໍລິການດ້ານເຄືອຂ່າຍອິນເຕີເນັດຄົບວົງຈອນ ເຊັ່ນ: ISPs, ໂດເມນ, ຄຣາວ, ໂຮສຕິ້ງ, Shopping Carts, ຫຼັກຊັບ, ການຊໍາລະຕ່າງໆ ທີ່ປອດໄພ ແລະ ສະດວກສະບາຍ. Z.com ເປັນພຽງໜຶ່ງໃນສາມໂດເມນໃນໂລກທີ່ສາມາດໃຊ້ ຕົວອັກສອນພຽງຕົວດຽວເຊິ່ງເຮັດໃຫ້ຈື່ໄດ້ງ່າຍ ແລະ ໂດດເດັ່ນທີ່ສຸດໃນໂລກອິນເຕີເນັດ.

ໃນປະເທດລາວ ບໍລິສັດ GMO-Z.com Lao Co., Ltd. ເປັນບໍລິສັດລູກຂອງ GMO Internet Group ເຊິ່ງໄດ້ເປີດໂຕຢ່າງເປັນທາງການໃນ ວັນທີ 19 ພະຈິກ 2019, ເປັນຜູ້ໃຫ້ບໍລິການດ້ານພື້ນຖານໂຄງລ່າງດ້ານອິນເຕີເນັດເຕັມຮູບແບບທີ່ມີຄວາມປອດໄພ ແລະ ໃຫຍ່ທີ່ສຸດໃນ ສປປ ລາວ.

WhatsApp

ທ່ານ. ຟຸໂຕຊິ ເອບະຕະ,
ຜູ້ອໍານວຍການໃຫຍ່

ເປົ້າໝາຍຂອງ GMO-Z.com Lao ມີບໍລິການອິນເຕີເນັດສາມາດສະໝັກ ແລະ ໃຊ້ງານອອນໄລນ໌ໄດ້ທຸກບ່ອນໃນໂລກບໍ່ວ່າທ່ານຈະຢູ່ໃສກໍ່ຕາມ ແລະ ມີການກ່າວຂານກັນມາດົນແລ້ວວ່າເປັນ​ "ບໍລິການລະດັບໂລກທີ່ບໍ່ມີຂອບເຂດພູມິພາກ" ນັ້ນເປັນຄວາມຈິງຈາກມຸມມອງຂອງຜູ້ໃຊ້ຈິງ,ຈະດີ ຫຼື ບໍ່ຖ້າທ່ານກ້າວເຂົ້າສູ່ການໃຊ້ງານທາງທຸລະກິດຜ່ານອອນໄລນ໌ເຮົາຫວັງວ່າຄົນລາວຈະໃຊ້ບໍລິການອິນເຕີເນັດທີ່ມີຄຸນະພາບລະດັບສາກົນຢ່າງ "ສະຖຽນລະພາບ" ໂດຍບໍ່ຕ້ອງຄິດເຖິງຄວາມແຕກຕ່າງດ້ານພາສາ ແລະ ສະກຸນເງິນ, ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດສັງຄົມຂອງປະເທດລາວ

ທ່ານ. ສຸພາພອນ ເພັດຈະເລີນ,
ຜູ້ຈັດການທົ່ວໄປ

ຂ້າພະເຈົ້າພູມໃຈທີ່ໄດ້ເປັນຄອບຄົວຂອງ Z.com ເຊິ່ງເຮົາຢູ່ໃນຍຸກທີ່ທ່ານຕື່ນເຊົ້າມາຕ້ອງກວດເບິ່ງມືຖືກ່ອນຈະໄປເຮັດສິ່ງອື່ນອາດຈະເປັນການກວດເບິ່ງ ຂໍ້ມູນຂ່າວສານຕ່າງໆ ຫຼື ທຸລະກິດຂອງທ່ານເອງ, ແລະ ບໍລິສັດ GMO-Z.com Lao ພວກເຮົາໄດ້ເຕີບໃຫຍ່ມາພ້ອມກັບການຂະຫຍາຍຕົວຂອງສັງຄົມ IT ພາຍໃຕ້ແນວຄິດບໍລິຫານ "ອິນເຕີເນັດສຳລັບທຸກຄົນ", ເຊິ່ງທີມງານ Z.com ເຮົາຈະຊ່ວຍທ່ານນຳໃຊ້ອິນເຕີເນັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ນໍາໄປສູ່ອະນາຄົດທີ່ສະດວກສະບາຍຜ່ານອອນໄລນ໌ພວກເຮົາຫວັງວ່າຈະໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກທ່ານ.

ທ້າວ. ແຈ້ງຊົ່ງ ຕົງນາມະວົງ,
ວິສະວະກອນຝ່າຍຂາຍ

ຢ່າຢຸດເດີນສໍ່ານີ້ ຈົ່ງກ້າວເດີນຕໍ່ໄປ ເປົ້າໝາຍອັນຍິ່ງໃຫຍ່ຍັງລໍຄອຍທ່ານຢູ່ຕໍ່ໜ້າ. ຢ່າມົວແຕ່ລໍຖ້າໂອກາດ ຈົ່ງສ້າງໂອກາດດ້ວຍຕົວເຈົ້າເອງແລ້ວຊີວິດຈະປະສົບຜົນສຳເລັດ. ຢ່າມົວແຕ່ເຮັດທຸລະກິດເດີມໆ ຍຸກນີ້ເປັນຍຸກ Easy Online ຈົ່ງລົງມືສ້າງທຸລະກິດອອນໄລນ໌ໂດຍໃຊ້ບໍລິການຂອງ GMO-Z.com Lao ແລ້ວທຸລະກິດທ່ານຈະຂະຫຍາຍໄປໄດ້ກວ້າງໄກ. ການພັດທະນາປ່ຽນແປງຫັນມາໃຊ້ເທັກໂນໂລຊີໃໝ່ໆ ກໍ່ຄ້າຍຄືກັບການ Disruptive ທີ່ເຂົ້າມາພັດທະນາສິນຄ້າທີ່ມີຢູ່ແລ້ວໃຫ້ດີຍິ່ງຂຶ້ນ, ມີປະສິດທິພາບຍິ່ງຂຶ້ນ ແລະ ລົ້ມລ້າງທຸລະກິດແບບເດີມໆ.

ທ້າວ. ວິລະວັນ ພະເທບ,
ຜູ້ຊ່ວຍວິສະວະກອນຝ່າຍຂາຍ

ຈາກການໃຊ້ເທັກໂນໂລຊີຂອງຄົນປັດຈຸບັນ, ຈະເຫັນໄດ້ວ່າເທັກໂນໂລຊີມີອິດທິພົນຕໍ່ຊິວິດຂອງເຮົາຫຼາຍຂຶ້ນເລື້ອຍໆ. ນັບມື້ໂລກມີການພັດທະນາຂຶ້ນທຸກມື້, ຜູ້ຄົນໃຫ້ຄວາມສຳຄັນໃນການພັດທະນາເທັກໂນໂລຊີ. ການນຳໃຊ້ອິນເຕີເນັດຈຶ່ງເປັນອີກທາງເລືອກໜື່ງໃຫ້ກັບທຸກຄົນໃນການນຳໃຊ້ອິນເຕີເນັດເພື່ອພັດທະນາອົງກອນ ຫຼື ທຸລະກິດໃຫ້ດຳເນີນໄປໄດ້ດ້ວຍດີ, ທາງພວກເຮົາເອງບໍລິສັດ GMO-Z.com lao ເປັນຜູ້ໃຫ້ບໍລິການດ້ານເຄືອຂ່າຍອິນເຕີເນັດເຕັມຮູບແບບທ່ານສາມາດໃຫ້ເຮົາເປັນສ່ວນໜຶ່ງໃນການພັດທະນາທຸລະກິດຂອງທ່ານໃຫ້ດຳເນີນໄປໄດ້ດ້ວຍດີ

ນາງ. ສົມສະນິດ ຄັນທະວົງ,
ພະນັກງານບໍລິຫານຫ້ອງການ

ປັດຈຸບັນເຮົາຢູ່ໃນຍຸກທີ່ເຮົາສາມາດຕິດຕໍ່ສື່ສານກັບທຸກຄົນ ແລະ ຊື້-ຂາຍທຸກສິ່ງທຸກຢ່າງຈາກທຸກທີ່ໃນໂລກໄດ້ຂໍພຽງແຕ່ທ່ານສາມາດເຊື່ອມຕໍ່ກັບອິນເຕີເນັດໄດ້, GMO-Z.com Lao ຜູ້ໃຫ້ບໍລິການດ້ານໂຄງລ່າງພື້ນຖານຂອງອິນເຕີເນັດແບບຄົບວົງຈອນ, ເຮົາພ້ອມໃຫ້ການບໍລິການທີ່ມີຄຸນະພາບມາດຕະຖານສາກົນໃນລາຄາທີ່ຖືກທີ່ສຸດໃນລາວ, ເຮົາຈະເຮັດໃຫ້ທຸລະກິດຂອງທ່ານໄດ້ຮັບຜົນປະໂຫຍດສູງສຸດຈາກການເປັນ digital business ແລະ ຊ່ວຍໃຫ້ທຸລະກິດຂອງທ່ານເຕີບໂຕໄປກັບໂລກທີ່ບໍ່ມີພົມແດນນີ້ໄດ້,

ນາງ. ກົມນາລີ ເທບສີເມືອງ,
ຝ່າຍບຸກຄະລາກອນ

ທຸກຄົນເລີ່ມຕົ້ນຈາກຕົ້ນກ້າກາຍເປັນຕົ້ນໄມ້ໃຫຍ່ GMO-Z.com Lao ເລີ່ມຕົ້ນຈາກຕົ້ນກ້ານ້ອຍໆທີ່ພ້ອມຈະເຕີບໃຫຍ່ ແລະ ແຂງແຮງຝັງຮາກຖານໃຫ້ເປັນທີ່ຮູ້ຈັກໃນດ້ານຜູ້ໃຫ້ບໍລິການໂຄງສ້າງອິນເຕີເນັດທີ່ໄດ້ມາດຖານສາກົນເພາະ "ອິນເຕີເນັດສຳລັບທຸກຄົນ"

ໂລກເຮົາປັດຈຸບັນເປັນຍຸກຂອງ digital ເຊິ່ງເຮົາບໍລິການດ້ານໂຄ່ງລ່າງພຶ້ນຖານຂອງອິນເຕີເນັດແບບຄົບວົງຈອນເພື່ອໃຫ້ທຸລະກິດທ່ານ ແລະ ຂອງປະເທດລາວເຮົາເຂົ້າສູ່ຍຸກທີ່ທັນສະໄໝຫຼາຍຂຶ້ນໃຫ້ປະເທດມີການພັດທະນາໃນດ້ານ E-commerc ພວກເຮົາຈະໃຫ້ບໍລິການທ່ານໃຫ້ດີທີ່ສຸດເພາະທ່ານບໍ່ເປັນພຽງແຕ່ລູກຄ້າ

ຕິດຕໍ່ພວກເຮົາ

ການເຄື່ອນໄຫວຂອງບໍລິສັດ GMO-Z.com Lao