ອິນເຕີເນັດເພື່ອທຸກຄົນ
"ອິນເຕີເນັດເພື່ອທຸກຄົນ" ເປັນຫນຶ່ງໃນສິ່ງທີ່ພວກເຮົາຍຶດຖືມາໂດຍຕະຫລອດ ສຳລັບທຸກສິ່ງທີ່ເຮົາເຮັດ ບໍ່ແມ່ນສະເພາະການທຳງານ
ຈຸດມຸ້ງຫມາຍທີ່ກ້າວໄປດ້ວຍກັນ
ຕັ້ງແຕ່ປີ ຄສ 1995, ບໍລິສັດສ້າງຈຸດມຸ້ງຫມາຍທີ່ຮ່ວມກັນລະຫວ່າງພະນັກງານ ມຸ້ງຫມັ້ນສ້າງຝັນ ວິໄສທັດ ແລະ ປັດຊະຍາຂອງບໍລິສັດ ທີ່ຈະມຸ້ງຫມັ້ນພັດທະນາທຸລະກິດອິນເຕີເນັດຂອງເຮົາເພື່ອທຸກຄົນ

ຄວາມປາດຖະຫນາ
ຄວາມມຸ້ງຫມັ້ນຂອງເຮົາ?ກ້າວສູ້ການເປັນອັນດັບຫນຶ່ງໃນຕະຫລາດດ້ານອິນເຕີເນັດ ທັງດ້ານການສ້າງທັງຄວາມສຸກ ຄວາມສຳເລັດ ແລະ ການເປັນອັນດັບຫນຶ່ງ ຄວາມສຸກຂອງເຮົາຄືການໄດ້ຮັບການຍອມຮັບ ແລະໄດ້ຮັບຄວາມເພິ່ງພໍໃຈສູງສຸດຂອງທຸກຄົນ ຄວາມສຳເລັດຂອງເຮົາຄືການໄດ້ສ້າງແຮງບັນດານໃຈດີໆໃຫ້ເກີດຮອຍຍິ້ມ ແລະ ການເປັນອັນດັບຫນຶ່ງບໍ່ໄດ້ຫມາຍເຖິງການເອົາຊະນະຄູ່ແຂ່ງແຕ່ຫມາຍເຖິງການເອົາຊະນະໂຕເອງ
ທັງການຈັດສັນເວລາເຮັດວຽກ ຈົນເຖິງເລື່ອງສ່ວນຕົວເຮົາມີທັງເປົ້າຫມາຍໃນທຸກໆດ້ານ ເພື່ອກຽມພ້ອມກ້າວເຂົ້າສູ່ການເປັນອັນດັບຫນຶ່ງ

ວິໄສທັດ
ການປະສົບຄວາມສຳເລັດໃນໂລກອິນເຕີເນັດ?ການໃຫ້ບໍລິການ Infastructure ແລະ ບໍລິການຕ່າງໆທີ່ຕອບສະຫນອງຄວາມຕ້ອງການໃນຍຸກດິຈີຕ໋ອນ ເຮົາຫວັງເປັນຢ່າງຍິ່ງທີ່ຈະມອບຮອຍຍິ້ມ ແລະ ສ້າງປະໂຫຍດສູງສຸດໃນການໃຊ້ງານອິນເຕີເນັດໃຫ້ກັບທຸກໆຄົນ

ຫນ້າທີ່ຂອງເຮົາ
ເຮັດສິ່ງທີ່ເຮົາເຮັດ?ສ້າງ ແລະ ພັດທະນາລະບົບສັງຄົມອິນເຕີເນັດທີ່ເຮົາມຸ້ງຫມັ້ນໃຫ້ຄວາມສຳຄັນໃນການສ້າງສັງຄົມກຸ່ມທີ່ມີຄຸນນະພາບ ແລະ ສ້າງສັນງານດີໆ ເພື່ອຮອຍຍິ້ມຂອງທຸກໆຄົນ
